ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເສດຖະກິດ ​ອາຊີ-ປາ​ຊີ​ຟິກ ຂະຫຍາຍຕົວ 4,5% ໃນ​ປີ​ນີ້

     ສຳນັກ​ຂ່າວ​ຊິນ​ຮວາ​ຂອງ ​ສປ​ ຈີນ ລາຍ​ງານຈາກ​ປະເທດ ສິງກະໂປ ເມື່ອ​ບໍ່​ດົນມາ​ນີ້​ວ່າ: ກອງ​ທຶນ​ການ​ເງິນຕາ​ສາກົນ (ໄອ​ເອັມ​ເອ​​ຟ)
ຄາດ​ວ່າຕົວ​ເລກການ​ເຕີບ​ໂຕ​ທາງ​ເສດຖະກິດ ໃນ​ພາກ​ພື້ນອາຊີ-ປາ​ຊີ​ຟິກ ໃນ​ປີ​ນີ້ ຈະ​ກວມ​ເອົາ 4,5% ເປັນ​ຕົວ​ເລກຫຼຸດ​ລົງ ເມື່ອ​ທຽບ
ໃສ່ ປີ 2023. ໄອ​ເອັມ​ເອ​​ຟ ລະບຸ​ວ່າ: ອາຊີ-ປາ​ຊີ​ຟິກ ຈະ​ສືບຕໍ່​ເປັນ​ພາກ​ພື້ນທີ່​ມີ​ຂະຫຍາຍຕົວ​ຫຼາຍ​ທີ່​ສຸດ​ໃນ​ໂລກ ເຊິ່ງ​ມີ​ສ່ວນ​ສົ່ງເສີມ
​ການ​ເຕີບ​ໂຕທົ່ວ​ໂລກປະມານ 60% ໃນ​ປີ​ນີ້.

     ນອກ​ນັ້ນ ໄອ​ເອັມ​ເອ​​ຟ ຍັງ​ລະບຸ​ອິີກວ່າ: ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ ເປັນ​ຕົວ​ຂັບ​ເຄື່ອນ​ການ​ຈະເລີນ​ເຕີບ​ໂຕ ທີ່​ຫຼາກ​ຫຼາຍນັບ​ແຕ່ການ
​ບໍລິໂພກພາຍ​ໃນປະເທດທີ່​ເຂັ້ມແຂງຂອງ​ປະເທດ ໂດຍ​ສ່ວນ​ໃຫຍ່ໃນ​ອາຊີ ຕາເວັນ​ອອກ ສ່ຽງ​ໃຕ້ ລວມ​ເຖິງການ​ຟື້ນ​ຕົວຢ່າງ​ວ່ອງໄວ
ຂອງຂະແໜງ​ການທ່ອງທ່ຽວຢູ່​ຫຼາຍ​ປະເທດ, ເຂດ​ໝູ່​ເກາະປາ​ຊີ​ຟິກ.

     ປັດຈຸບັນຄວາມ​ສ່ຽງ​ໄລຍະ​ໃກ້ ຂອງພາກ​ພື້ນ ອາຊີ-ປາ​ຊີ​ຟິກ ຢູ່​ໃນ​ຈຸດ​ສົມ​ດຸນ, ພາວະ​ເງິນ​ເຟີ້ຫຼຸດ​ລົງ ແລະ ທ່າ​ອ່ຽງການ​ດຳເນີນ
ນະໂຍບາຍການ​ເງິນແບບ​ຫຼຸດ​ລົງ ເຊິ່ງຈະ​ຊ່ວຍ​ໃຫ້ເພີ່ມ​ຄວາມເປັນ​ໄປ​ໄດ້ຂອງການ​ຄວບ​ຄຸມໄພເງິນ​ເຟີ້ ໂດຍ​ບໍ່​ເຮັດ​ໃຫ້ເກີດ​ພາວະເສດ
ຖະກິດຢຸດ​ຈຶ້ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/05/2024